ສາວວັງວຽງຄອຍຮັກ ອານຸສອນ ໄພຍະສິດ สาววังเวียงคอยฮัก อานุสอน ไพยสิด

ມະຫາສານ
ມະຫາສານ
50.4 هزار بار بازدید - 2 ماه پیش - ເພງ: ສາວວັງວຽງຄອຍ ຮ້ອງໂດຍ: ອານຸສອນ ໄພຍະສິດໄປແລ້ວໄປລັບ
ເພງ: ສາວວັງວຽງຄອຍ
ຮ້ອງໂດຍ: ອານຸສອນ ໄພຍະສິດ

ໄປແລ້ວໄປລັບ ບໍ່ກັບມາເລີຍນໍ່ວັງວຽງ
ເຄີຍກິນເຂົ້າປຽກຂ້າງຄຽງ ສາວວັງວຽງຈຳໄດ້ດີ
ບ່າວຫຼວງພະບາງ ຟັງຄຳເວົ້າຈິງໃຈອິຫລີ
ສັນຍາວ່າຈະມາອີກທີ ຄອຍເປັນປີກະບໍ່ເຫັນມາ

 ຝືນທົນກົ້ມໜ້າ ຢູ່ໜ້າສະຖານີລົດໄຟ
ລົດກາຍມາກາຍໄປ ຈອບແນມເບິ່ງອ້າຍດ້ວຍຄວາມຫ່ວງຫາ
ທັງເຟສທັງລາຍ ແຊັດໄປກໍ່ບໍ່ຕອບມາ
ຫຼືສາວອື່ນເອົາໃຈດີກວ່າ ດຶງແຂນດຶງຂາເຈົ້າໄວ້ທັງຄືນ

ສຽງບູນລົດໄຟ ເຂື່ອນຍ້າຍໄປສູ່ວຽງຈັນ
ແນມນຳອ້າຍຈົນໃຈສັ່ນ ຢ້ານອ້າຍແປຜັນເປັນອື່ນ
ຍັງຄິດສະເໝີ ຮັກເດີ້ຂວັນໃຈຫວານຊື່ນ
ຖ້າກອດແຂນອ້າຍຢູ່ທຸກຄໍ່າຄືນ ຫົວໃຈຢັ້ງຢືນເປັນແຟນຮ່ວມຮຽງ

ຜູ້ສາວວັງວຽງ ຊິເອນແກ້ມອຽງຊິຄອຍອອດເວົ້າ
ຂໍສະເໜີນຳອ້າຍບ່າວ ຊິອຸ້ມກອດເອົາເປັນແຟນຄູ່ຄຽງ
ຫາກເຮົາເຊວຟີ້ ຂື້ນສະຕໍລີ້ສອງເຮົາຮ່ວມຮຽງ
ອ້າຍຢ່າຕົ້ມຜູ້ສາວວັງວຽງ ຄູ່ຄອງຄອຍຄຽງຮັກພຽງແຕ່ອ້າຍ

ສົ່ງເສີມ ການຢູ່ຮ່ວມກັນແບບມີສ່ວນຮ່ວມ ໃນຊຸມຊົນ ມະຫາສານ ເພື່ອແບ່ງປັນໂອກາດ ລາຍໄດ້ ສົ່ງເສີມເຊິ່ງກັນແລະກັນ ເຮັດໃຫ້ສັງຄົມລາວເຮົາໜ້າຢູ່ຂື້ນ ດ້ວຍການສື່ສານຜ່ານ ສິນລະປະວັດທະນາທຳລາວ ພ້ອມກັນດິດແຕ່ງ
ສ້າງສັນຜົນງານດ້ານສິນ ເພື່ອຫັນຊັບສິນທາງປັນຍາ ໃຫ້ກາຍປາຍເສດຖະກິດ ບົນພື້ນຖານຄວາມເປັນອິດສະຫຼະທາງດ້ານຄວາມຄິດ ແບບມີຈັນຍາບັນ
2 ماه پیش در تاریخ 1403/04/01 منتشر شده است.
50,466 بـار بازدید شده
... بیشتر